Loading...
...
...
2022-07-08 14:07:53
ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບ ວຽກ​ງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ແລະ ຝຶກອົບຮົມການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ແກ່​

ໃນລະຫວ່າງ​ວັນ​ທີ 08 ຫາ 09 ມິ​ຖຸ​ນາ 2022 ທີ່ຫ້ອງປະຊຸມ​ຂອງ ໂຮງ​ແຮມພອຍ​ໄພ​ລິນ ແຂວງ​ໄຊ​ຍະ​ບູ​ລີ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບ ວຽກ​ງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ແລະ ຝຶກອົບຮົມການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ແກ່​ເຈົ້າ​ໜ້າ​ທີ່​ຂອງ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະກຳ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງໄຊ​ຍະ​ບູ​ລີ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າກົມກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ແລະ ທ່ານ ສອນ​ສະ​ຫວັນ ຈັນ​ທະ​ວົງ ຮອງຫົວໜ້າພະແນກອຸດສາຫະ​ກຳ ແລະ ການ​ຄ້າ​ ແຂວງ​ໄຊ​ຍະ​ບູ​ລີ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 41 ທ່ານ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ແມ່ນ ປຶກສາຫາລືວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຮັບຟັງການເຜີຍແຜ່ຄຳແນະນໍາ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍບາງເນື້ອໃນຂອງຄຳສັ່ງ ເລກທີ 12/ນຍ ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປລາວ ເລກທີ 005/ຄອຄສ, ລົງວັນທີ 08 ເມສາ 2022. ພ້ອມ​ກັນ​ນັ້ນ, ກໍ່ເພື່ອສ້າງຄວາມເຊື່ອໝັ້ນ ແລະ ສິ່ງແວດລ້ອມທີ່ເອື້ອຍອໍານວຍໃຫ້ແກ່ການດໍາເນີນທຸລະກິດ ແລະ ການຄ້າ ຢູ່ ແຂວງໄຊຍະບູລີ ທີ່ມີທ່າແຮງຫຼາຍດ້ານໃຫ້ນັບມື້ນັບຫຼາຍຂຶ້ນ ພ້ອມທັງເປັນການຈັດຕັ້ງປະຕິບັດຕາມກອບວຽກຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ທີ່ສະໜັບສະໜຸນວຽກງານອໍານວຍຄວາມສະດວກທາງດ້ານການຄ້າທົ່ວປະເທດ. ນອກ​ຈາ​ກ​ນັ້ນ, ຍັງໄດ້ຮັບຟັງການນໍາສະເໜີຈາກນັກ​ວິ​ທະ​ຍາ​ກອນຜູ້ຕາງໜ້າຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ກ່ຽວກັບເງື່ອນໄຂ ແລະ ມາດຕະຖານ ໃນການອອກໃບຢັ້ງຢືນ (Good Manufacturing Practice: GMP) ຫຼື ການ​ດຳ​ເນີນ​ການ​ຜະ​ລິດ​ທີ່​ດີສໍາລັບພືດ ແລະ ໝາກໄມ້ ທີ່ຈະສົ່ງອອກໄປປະເທດໄທ ຊຶ່ງເປັນຫົວຂໍ້ທີ່ຫຼາຍຫົວໜ່ວຍທຸລະກິດສົ່ງອອກສິນຄ້າກະສິກຳຢູ່ຫຼາຍແຂວງຂອງປະ​ເທດລາວໃຫ້ຄວາມສົນໃຈຫຼາຍໃນປະຈຸບັນ.

ພ້ອມ​ດຽວ​ກັນ​ນັ້ນ, ​ຍັງໄດ້​ຮຽນ​ຮູ້ ກ່ຽວ​ກັບ ລະ​ບົບ​ບໍ​ລິ​ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າຜ່ານ​ທາງ​ລະ​ບົບ​ເອ​ເລັກ​ໂຕ​ຣ​ນິກ (e-CO), ຊຶ່ງ​ລະ​ບົບ e-CO ຂອງ ສ​ປ​ປ ລາວ ກໍແມ່ນ​ໜຶ່ງ​​ໃນ​ວຽກ​ງານ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ເປັນ​ຕົ້ນ​ແມ່ນ ການ​ຕັດ​ຂອດ​ຂັ້ນ​ຕອນ​ໃນ​ການປະ​ກອບ​ເອ​ກະ​ສານ, ປະ​ຢັດ​ເວ​ລາ ແລະ ຕົ້ນ​ທຶນ​ໃຫ້​ແກ່​ຜູ້​ປະ​ກອບ​ການ​ຂອງ ສ​ປ​ປ ລາວ ທີ່​ນຳ​ໃຊ້​ສິດ​ທິ​ພິ​ເສດ​ທາງ​ການ​ຄ້າ. ຊຶ່ງ​ລະ​ບົບ e-CO ດັ່ງ​ກ່າວ ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມຈັດ​ຕັ້ງ​ປະ​ຕິ​ບັດນັບແຕ່ປີ 2016 ເປັນຕົ້ນມາ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງກົມ ຂອ. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍລະບົບ e-CO ແມ່ນມີຄວາມສະດວກ ແລະ ມີຜົນປະໂຫຍດສູງຕໍ່ກັບຜູ້ປະກອບການເມື່ອທຽບໃສ່ການອອກແບບເຈ້ຍສໍ ເນື່ອງຈາກສາມາດຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ປະຢັດເວລາຫຼາຍຂຶ້ນ, ພ້ອມດຽວກັນກໍ່ຍັງຊ່ວຍຫຼຸດຜ່ອນພາລະຂອງເຈົ້າໜ້າທີ່ອອກຟອມ ແລະ ຮັບປະກັນຄວາມປອດໄພທາງດ້ານຂໍ້ມູນອີກດ້ວຍ. ປະຈຸບັນ, ໄດ້ມີ 12 ຫ້ອງການຈາກທັງໝົດ 40 ຫ້ອງການໃນທົ່ວປະເທດທີ່ໄດ້ນໍາໃຊ້ລະບົບ e-CO ໄດ້​ແກ່: ກົມ ຂອ (29 ເມ​ສາ 2016), ຫ້ອງ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ວຽງຈັນໂນນ​ທອງ (01 ຕຸລາ 2020), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຈຳປາ​ສັກ (01 ທັນວາ 2020), ສະ​ຫວັນ​ນະ​ເຂດ (01 ມັງກອນ 2021), ບໍ​ລິ​ຄຳ​ໄຊ (01 ມີ​ນາ 2021), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ (01​ ກັນ​ຍາ 2021), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຄຳ​ມ່ວນ (01​ ກຸມ​ພາ  2022), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ສາ​ລະ​ວັນ (03​ ​ພຶດ​ສະ​ພາ 2022), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ອຸ​ດົມ​ໄຊ (01 ມິ​ຖຸ​ນາ 2022), ສະພະ​ແນກ​ ການ​ຄ້າ ແລະ ​ອຸດ​ສາ​ຫະ​ກຳ ແຂວງ​ອຸ​ດົມ​ໄຊ (01 ມິ​ຖຸ​ນາ 2022), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງຫຼວງ​ນ້ຳ​ທາ (01 ມິ​ຖຸ​ນາ 2022) ແລະ ສະພະ​ແນກ​ ການ​ຄ້າ ແລະ ​ອຸດ​ສາ​ຫະ​ກຳ ແຂວງ​ຫຼວງ​ນ້ຳ​ທາ (01 ມິ​ຖຸ​ນາ 2022), ອີງຕາມແຜນຂອງກົມ ຂອ ແມ່ນຈະສືບຕໍ່ມອບສິດນໍາໃຊ້ລະບົບ e-CO ໃຫ້ແກ່ຫ້ອງການເຈົ້ານໜ້າທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ໄດ້ຢ່າງໜ້ອຍ 20 ຫ້ອງການພາຍໃນປີ 2022, ຊຶ່ງພະແນກອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ​ໄຊ​ຍະ​ບູ​ລີ ເລີ່ມ​ນຳ​ໃຊ້​ລະ​ບົບ​ດັ່ງ​ກ່າວ​ໃນ​ວັນ​ທີ 01 ກໍ​ລະ​ກົ​ດ 2022 ເປັນ​ຕົ້ນ​ໄປ.

ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນເອກະສານທີ່ໃຊ້ຢັ້ງຢືນເພື່ອຂໍຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນໍາເຂົ້າສໍາລັບສິນຄ້າທີ່ສົ່ງອອກພາຍໃຕ້ນະໂຍບາຍສິດທິພິເສດທາງການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ 52 ປະເທດ ແລະ ເຂດແຄວ້ນ ປະກອບມີ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ, ເຂດປົກຄອງພິເສດຮົງກົງ, ສປ ຈີນ ແລະ ຈີນ (ໄຕ້ຫວັນ) ແລະ 09 ປະເທດສະມາຊິກອາຊຽນ. ສິນຄ້າທີ່ໄດ້ແຫຼ່ງກໍາເນີດສິນຄ້າສົ່ງອອກຈາກ ສປປ ລາວໄປບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າເກືອບທຸກລາຍການສິນຄ້າ ຫຼື ຫຼາຍກວ່າ 90% ຂອງລາຍການສິນຄ້າທັງໝົດ ໂດຍສະເພາະແມ່ນການສົ່ງອອກໄປກຸ່ມປະເທດສະຫະພາບເອີຣົບ ຫຼື EU ແມ່ນຈະໄດ້ຮັບການຍົກເວັ້ນພາສີ ແລະ ບໍ່ຈໍາກັດໂກຕ້າສໍາລັບທຸກປະເພດສິນຄ້າ ຍົກເວັ້ນອາວຸດສົງຄາມ.  à»àºšàºšàºŸàº­àº¡à»ƒàºšàº¢àº±à»‰àº‡àº¢àº·àº™à»àº«àº¼à»ˆàº‡àºà»àº²à»€àº™àºµàº”ສິນຄ້າທີ່ນໍາໃຊ້ກັບບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ ປະກອບມີ 15 ແບບຟອມໄດ້ແກ່ແບບຟອມ A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ຊຶ່ງບັນດາແບບຟອມເຫຼົ່ານີ້ແມ່ນສາມາດຂໍໄດ້ຈາກທັງໝົດ 40 ຫ້ອງການຄື: ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ແລະ ແຂວງ ໃນຂອບເຂດທົ່ວປະເທດ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະເທດ. ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສາມາດອອກໄດ້ 03 ຮູບແບບຄື: ອອກ ແບບປົກກະຕິ (Manual), ອອກທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ (Self-Certification). ໃນນັ້ນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງປະກອບມີ 02 ແບບຄື: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ.

ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ ກ່ຽວກັບ ວຽກງານການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450 255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: demo-portal.local, .