Loading...
...
...
2022-04-21 11:06:51
ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO, e-Form D) ໃຫ້ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ

ໃນລະຫວ່າງ​ວັນ​ທີ 21 -22  à»€àº¡àºªàº² 2022 ທີ່ຫ້ອງປະຊຸມຂອງ ​ພະ​ແນກ​​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າແຂວງສາລະ​ວັນ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO, e-Form D) ໃຫ້​​ພະນັກງານປະຈໍາຫ້ອງການ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ສາ​ລະ​ວັນ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງ​. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າກົມກ​ານນ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ​ແລະ ທ່ານ ຄຳ​ຜ່ານ ສີ​ລາ​ວີ ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ສາ​ລະ​ວັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 30ທ່ານ.

          ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ເຈົ້າ​ໜ້າອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ​ຂອງພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂວງສາ​ລະ​ວັນ ແລະ ຜູ້ປະກອບການພາຍໃນແຂວງຈຳນວນໜຶ່ງ ກ່ຽວ​ກັບ ການນໍາໃຊ້​ລະ​ບົບ​ການ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​ເອ​ກະ​ເອ​ເລັກ​ໂຕ​ຣ​ນິກ (e-CO, e-Form D). ລະ​ບົບ​ການ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​ເອ​ກະ​ເອ​ເລັກ​ໂຕ​ຣ​ນິກ (e-CO, e-Form D) ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມນຳໃຊ້ນັບແຕ່ປີ 2016 ເປັນຕົ້ນມາ.

ວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຈັດຕັ້ງປະຕິບັດສິດທິພິເສດທາງດ້ານການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກທັງໝົດຫຼາຍກວ່າ 50 ປະເທດ, ໃນນັ້ນໄດ້ຮັບໃນຮູບແບບຝ່າຍດຽວ (Gerneralized System of Preferences: GSP) ຈາກ 42 ປະເທດ  à»àº¥àº° ໃນຮູບແບບສັນຍາການຄ້າເສລີ: Free Trade Area: FTA. ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າແບບຝ່າຍດຽວຈາກ 42 ປະເທດປະກອບດ້ວຍ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ ແລະ ຈີນ (ໄຕ້ຫວັນ). ສິດທິພິເສດທາງການຄ້າ ພາຍໃຕ້ຂອບສັນຍາການຄ້າເສລີ ມີສັນຍາທັງໝົດຈຳນວນ 10 ສະບັບ ລວມມີ 15 ປະເທດ ແລະ ເຂດປົກຄອງພິເສດຮົງກົງ, ສປ ຈີນ ຄື: ສະມາຊິກອາຊຽນ (ບຼູໄນ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟິລິປິນ, ສິງກະໂປ, ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ), ປະເທດຄູ່ຮ່ວມ ສປ ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ. ແບບພິມ (Forms) ທີ່ໄດ້ຮັບສິດທິພິເສດທາງການຄ້າທີ່ ສປປ ລາວ ນໍາໃຊ້ທັງໝົດມີ ຈໍານວນ 15 ຊະນິດ ຄື: A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ຊຶ່ງບັນດາແບບພິມທີ່ດກ່າວມານັ້ນສາມາດຂໍໄດ້ຈາກທັງໝົດ 39 ຫ້ອງການຄື: ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ແລະ ນະຄອນຫຼວງ  ໃນຂອບເຂດທົ່ວປະເທດ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ, ຄະນະຄຸ້ມເຂດເສດຖະກິດພິເສດແຂວງສະຫັນນະເຂດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະເທດ. ສໍາລັບທີການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດີຮັບສິດທິພິເສດ (Certificate of Origin: CO) ທີ່ ສປປ ລາວ ນໍາໃຊ້ໃນປະຈຸບັນນີ້ມີທັງໝົດ 03 ຮູບແບບດ້ວຍກັນຄື: ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ (Manual), ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self Certification). ໃນນັ້ນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງປະກອບມີ 02 ແບບຄື: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ.

ກົມ ຂອ ມີ​ແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ​ບັນ​ດາ​ຫ້ອງ​ການ​ເຈົ້າ​ໜ້າ​ທີ່ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສ​າ​ມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້​ພາຍໃນປີ 2022, ຊຶ່ງ​ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ສາ​ລະ​ວັນ ກໍ່ເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ​ຈະ​ໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ພຶດ​ສະ​ພາ 2022. ປະ​ຈຸ​ບັນ​ນີ້, ມີ​ຈຳ​ນວນ 07 ຫ້ອງ​ການ​ທີ່​ອອກ​ຜ່ານ​ລະ​ບົບ e-CO ໄດ້​ແກ່: ກົມ ຂອ, ຫ້ອງ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ວຽງຈັນໂນນ​ທອງ (01 ຕຸລາ 2020), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຈຳປາ​ສັກ (01 ທັນວາ 2020), ສະ​ຫວັນ​ນະ​ເຂດ (01 ມັງກອນ 2021), ບໍ​ລິ​ຄຳ​ໄຊ (01 ມີ​ນາ 2021), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ (01​ ກັນ​ຍາ 2021) ແລະ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຄຳ​ມ່ວນ (01​ ກຸມ​ພາ  2022).

ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ໃນ​ການ​ອອກ​ໃບຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 020 1111 2222 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: demo-portal.local, .